ກ່ຽວກັບພວກເຮົາ
ຫໍສະໝຸດ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ເປັນສູນກາງການຮຽນຮູ້ ແລະ ການຄົ້ນຄວ້າວິດໄຈທາງດ້ານກົດໝາຍ ແລະ ວິຊາການ.
ວິໄສທັດ: “ເປັນສູນກາງໃນການຮຽນຮູ້, ການຄົ້ນຄວ້າວິໄຈທາງກົດໝາຍ ແລະ ວິຊາການ ດ້ວຍຄວາມທັນສະໄໝ ແລະ ປະທັບໃຈ.”
ພາລະກິດ:
- ພັດທະນາຄັງຄວາມຮູ້, ກ້າວໄປສູ່ຂໍ້ມູນທີ່ທັນສະໄໝ ແລະ ໃສ່ໃຈໃນຄຸນນະພາບການບໍລິການ.
- ສົ່ງເສີມການຮຽນ-ການສອນ, ການຄົ້ນຄວ້າວິໄຈ ເພື່ອຕອບສະໜອງການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ.
- ສະແຫວງຫາຂໍ້ມູນຂ່າວສານທີ່ມີຄຸນນະພາບ ເພື່ອຕອບສະໜອງໃຫ້ຜູ້ຊົມໃຊ້ບໍລິການ ແລະ ເຜີຍແຜ່ຄວາມຮູ້ສູ່ສັງຄົມ.
ບໍລິການຂອງຫໍສະໝຸດ
ຫໍສະໝຸດປົກກະຕິ
ບໍລິການຢືມ-ຄືນປຶ້ມ, ປຶ້ມອ້າງອີງ ແລະ ສື່ສິ່ງພິມຕ່າງໆ ເພື່ອການຮຽນ ແລະ ຄົ້ນຄວ້າ.
ຫໍສະໝຸດເອເລັກໂຕຣນິກ
ເຂົ້າເຖິງຖານຂໍ້ມູນປຶ້ມເອເລັກໂຕຣນິກ, ວາລະສານວິຊາການ ແລະ ບົດຄົ້ນຄວ້າຕ່າງໆ ໄດ້ທຸກທີ່.
ການຊ່ວຍເຫຼືອການຄົ້ນຄວ້າ
ໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອດ້ານຂໍ້ມູນສຳລັບນັກສຶກສາ ແລະ ນັກຄົ້ນຄວ້າ.
ຕິດຕໍ່ພວກເຮົາ
ຖ້າທ່ານມີຄຳຖາມ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ, ທ່ານສາມາດຕິດຕໍ່ພວກເຮົາໄດ້ຕາມຂໍ້ມູນລຸ່ມນີ້:
- ເບີໂທລະສັບ: +856 21 352801
- ອີເມວ: flp@nuol.edu.la
- ສະຖານທີ່: ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ